Lokasi ngalangkungan proxy:   [ UP ]  
[Ngawartoskeun bug]   [Panyetelan cookie]                

ມາລະຍາດ ແລະ ຂໍ້ປະຕິບັດ

ໃນໂຄງການໂອເພນຊອດ WordPress, ພວກເຮົາຕະໜັກວ່າຊັບສິນທີ່ໃຫຍ່ທີ່ສຸດຂອງພວກເຮົາແມ່ນຊຸມຊົນທີ່ພວກເຮົາຮ່ວມກັນສ້າງຂຶ້ນ. ໂຄງການນີ້, ໃນພາບລວມແມ່ນປະຕິບັດຕາມຫຼັກການທາງປັດຊະຍາພື້ນຖານຈາກ The Cathedral and The Bazaar.

  • ການມີສ່ວນຮ່ວມໃນໂຄງການ WordPress ໂອເພນຊອດ ແມ່ນເພື່ອຜົນປະໂຫຍດຂອງຊຸມຊົນ WordPress ໂດຍລວມ, ບໍ່ແມ່ນເພື່ອທຸລະກິດ ຫຼື ບຸກຄົນໃດໜຶ່ງໂດຍສະເພາະ. ທຸກໆການກະທຳໃນຖານະຜູ້ມີສ່ວນຮ່ວມ ຄວນເຮັດໄປເພື່ອຜົນປະໂຫຍດສູງສຸດຂອງຊຸມຊົນ.
  • ການມີສ່ວນຮ່ວມໃນໂຄງການ WordPress ໂອເພນຊອດ ແມ່ນເປີດກວ້າງສຳລັບທຸກຄົນທີ່ຕ້ອງການເຂົ້າຮ່ວມ, ໂດຍບໍ່ຄຳນຶງເຖິງຄວາມສາມາດ, ທັກສະ, ສະຖານະທາງການເງິນ ຫຼື ເງື່ອນໄຂອື່ນໆ.
  • ໂຄງການ WordPress ໂອເພນຊອດ ແມ່ນຊຸມຊົນທີ່ດຳເນີນງານໂດຍອາສາສະໝັກ. ເຖິງແມ່ນວ່າໃນບາງກໍລະນີທີ່ຜູ້ມີສ່ວນຮ່ວມຈະໄດ້ຮັບການສະໜັບສະໜູນຈາກບໍລິສັດ, ແຕ່ເວລາທີ່ພວກເຂົາໃຫ້ມານັ້ນແມ່ນເພື່ອຜົນປະໂຫຍດຂອງຊຸມຊົນໂອເພນຊອດທັງໝົດ.
  • ສະມາຊິກຊຸມຊົນທຸກຄົນສາມາດເສຍສະຫຼະເວລາ ແລະ ປະກອບສ່ວນເຂົ້າໃນໂຄງການໄດ້ໃນທຸກຮູບແບບ. ສຶກສາເພີ່ມເຕີມໄດ້ທີ່ make.wordpress.org.
  • ຊຸມຊົນ WordPress ໂອເພນຊອດ ໃຫ້ຄວາມສຳຄັນກັບຄວາມຫຼາກຫຼາຍ. ພວກເຮົາພະຍາຍາມຮັກສາສະພາບແວດລ້ອມທີ່ເປັນກັນເອງ ເຊິ່ງທຸກຄົນສາມາດຮູ້ສຶກເປັນສ່ວນໜຶ່ງໄດ້ ໂດຍການສື່ສານທີ່ປາສະຈາກການຈຳແນກ, ການຍຸຍົງໃຫ້ເກີດຄວາມຮຸນແຮງ, ການສົ່ງເສີມຄວາມກຽດຊັງ ແລະ ພຶດຕິກຳທີ່ບໍ່ເໝາະສົມ.