ພັນທະກິດຂອງພວກເຮົາ:
ເຮັດໃຫ້ການເຜີຍແຜ່ ເປັນປະຊາທິປະໄຕ
ອິດສະຫຼະພາບໃນການສ້າງ. ອິດສະຫຼະພາບໃນການປ່ຽນແປງ. ອິດສະຫຼະພາບໃນການແບ່ງປັນ.
ເລື່ອງລາວຂອງພວກເຮົາ
WordPress ເລີ່ມຕົ້ນໃນປີ 2003 ເມື່ອ Mike Little ແລະ Matt Mullenweg ໄດ້ສ້າງການແຍກຕົວ (fork) ຈາກ b2/cafelog. ຄວາມຕ້ອງການລະບົບການພິມເຜີຍແຜ່ສ່ວນບຸກຄົນທີ່ມີຄວາມສະຫລະສະລວຍ ແລະ ມີໂຄງສ້າງທີ່ດີແມ່ນມີຄວາມຊັດເຈນຕັ້ງແຕ່ຕອນນັ້ນ. ໃນປັດຈຸບັນ, WordPress ຖືກສ້າງຂຶ້ນດ້ວຍ PHP ແລະ MariaDB, ແລະ ໄດ້ຮັບອະນຸຍາດພາຍໃຕ້ GPLv2. ມັນຍັງເປັນແພລດຟອມທີ່ຖືກເລືອກໃຊ້ສຳລັບຫຼາຍກວ່າ 43% ຂອງເວັບໄຊທັງໝົດໃນທົ່ວໂລກ.
ໂຄງການໂອເພນຊອດ WordPress ໄດ້ມີວິວັດທະນາການຢ່າງຕໍ່ເນື່ອງ ໂດຍໄດ້ຮັບການສະໜັບສະໜູນຈາກນັກພັດທະນາ, ນັກອອກແບບ, ນັກວິທະຍາສາດ, ບລັອກເກີ ແລະ ຜູ້ຊ່ຽວຊານດ້ານອື່ນໆ. WordPress ມອບໂອກາດໃຫ້ທຸກຄົນໃນການສ້າງສັນ ແລະ ແບ່ງປັນ, ຕັ້ງແຕ່ເລື່ອງລາວສ່ວນຕົວໄປຈົນເຖິງການເຄື່ອນໄຫວທີ່ປ່ຽນແປງໂລກ.
ຜູ້ທີ່ມີປະສົບການດ້ານເຕັກໂນໂລຊີຈຳກັດກໍສາມາດນຳໃຊ້ມັນໄດ້ທັນທີ, ແລະ ຜູ້ທີ່ມີຄວາມຊ່ຽວຊານກໍສາມາດປັບແຕ່ງມັນໄດ້ໃນຮູບແບບທີ່ໜ້າສົນໃຈ.
ພັນທະກິດຂອງພວກເຮົາ
WordPress ຖືກອອກແບບມາເພື່ອທຸກຄົນ.
ພວກເຮົາເຊື່ອວ່າຊອບແວທີ່ດີຄວນເຮັດວຽກໄດ້ໂດຍການຕັ້ງຄ່າໜ້ອຍທີ່ສຸດ, ໂດຍເນັ້ນໃສ່ການເຂົ້າເຖິງ, ປະສິດທິພາບ, ຄວາມປອດໄພ ແລະ ຄວາມງ່າຍໃນການນຳໃຊ້. ຊອບແວພື້ນຖານຂອງ WordPress ແມ່ນລຽບງ່າຍ ແລະ ຄາດການໄດ້, ພ້ອມທັງມີຄຸນສົມບັດທີ່ມີປະສິດທິພາບເພື່ອການເຕີບໂຕ ແລະ ຄວາມສຳເລັດ.
WordPress ແມ່ນຊອບແວໂອເພນຊອດ (Open Source).
ເພື່ອສະໜັບສະໜູນແນວຄິດການເຮັດໃຫ້ການເຜີຍແຜ່ເປັນປະຊາທິປະໄຕ ແລະ ເສລີພາບທີ່ມານຳໂອເພນຊອດ, ຈຶ່ງມີຊຸມຊົນຂະໜາດໃຫຍ່ທີ່ຮ່ວມມື ແລະ ປະກອບສ່ວນເຂົ້າໃນໂຄງການນີ້.
WordPress ເປັນມິດ ແລະ ເປີດຮັບທຸກຄົນ.
ຄວາມມຸ່ງໝັ້ນຂອງຜູ້ປະກອບສ່ວນຂອງພວກເຮົາແມ່ນແຮງຂັບເຄື່ອນໃຫ້ WordPress ປະສົບຜົນສຳເລັດ ເຊິ່ງຊ່ວຍໃຫ້ທ່ານບັນລຸເປົ້າໝາຍຂອງທ່ານ. ຜູ້ປະກອບສ່ວນ WordPress ເຮັດວຽກຢູ່ທົ່ວທຸກມຸມໂລກ ແລະ ໄດ້ເສຍສະຫຼະເວລາຫຼາຍຊົ່ວໂມງເພື່ອສ້າງເຄື່ອງມືທີ່ຊ່ວຍໃຫ້ທຸກຄົນມີສິດມີສຽງ.
ເສລີພາບສີ່ປະການ
WordPress ໄດ້ຮັບອະນຸຍາດໃຫ້ນຳໃຊ້ພາຍໃຕ້ ສັນຍາອະນຸຍາດສາທາລະນະທົ່ວໄປ (GPLv2 ຫຼື ໃໝ່ກວ່າ) ເຊິ່ງໃຫ້ສິດເສລີພາບຫຼັກ 4 ປະການ:
0
ເສລີພາບໃນການສັ່ງໃຫ້ໂປຣແກຣມເຮັດວຽກເພື່ອຈຸດປະສົງໃດໆກໍຕາມ.
1
ເສລີພາບໃນການສຶກສາການເຮັດວຽກຂອງໂປຣແກຣມ ແລະ ປັບປ່ຽນມັນໃຫ້ເຮັດວຽກຕາມທີ່ທ່ານຕ້ອງການ.
2
ເສລີພາບໃນການແຈກຢາຍຕໍ່.
3
ເສລີພາບໃນການແຈກຢາຍສຳເນົາຂອງເວີຊັນທີ່ທ່ານໄດ້ດັດແກ້ໃຫ້ແກ່ຜູ້ອື່ນ.
ເຕັກໂນໂລຊີ
ຮຽນຮູ້ກ່ຽວກັບ WordPress, ຄວາມເປັນມາ ແລະ ທິດທາງໃນອະນາຄົດ.
ລາຍລະອຽດ
ເຈາະລຶກລາຍລະອຽດເບື້ອງຫຼັງ ເຊັ່ນ GPL ແລະ ນະໂຍບາຍອື່ນໆ.
ບຸກຄະລາກອນ
ຮຽນຮູ້ກ່ຽວກັບຊຸມຊົນ, ການຢູ່ຮ່ວມກັນ ແລະ ການສະແດງອອກເຖິງຄວາມພາກພູມໃຈຂອງພວກເຮົາ.